ການແຂ່ງຂັນເຕະບານຊິງຂັນລາງວັນໂດຍທີມງານພະນັກງານບໍລິສັດ ອາລິອັນສ໌, ຕົວແທນຂາຍປະກັນໄພ ແລະ ພະນັກງານແກ້ໄຂອຸປະຕິເຫດ.

ໃນວັນເສົາ ທີ25 ມີນາ 2023, ໄດ້ມີການຈັດການແຂ່ງຂັນເຕະບານຊິງຂັນລາງວັນໂດຍທີມງານພະນັກງານບໍລິສັດ ອາລິອັນສ໌, ຕົວແທນຂາຍປະກັນໄພ ແລະ ພະນັກງານແກ້ໄຂອຸປະຕິເຫດ.

ປີນີ້ ເປັນການແຂ່ງຂັນຄັ້ງທຳອິດທີ່ໄດ້ມີການຈັດຊິງຂັນລາງວັນ, ເຊິ່ງທີມທີ່ໄດ້ທີ່1 ແມ່ນທີມພະນັກງານ (ຈ່າຍສິນທົດແທນ), ທີ່2 ແມ່ນທີມພະນັກງານ (ຫ້ອງການທົ່ວໄປ), ທີ່3 ແມ່ນທີມຕົວແທນຂາຍປະກັນໄພ ແລະ ຕາມມາໂດຍທີມພະນັກງານແກ້ໄຂອຸປະຕິເຫດ. ການແຂ່ງຂັນແມ່ນມ່ວນຊື່ນຝົດຝື້ນໄປດ້ວຍກອງເຊຍທີ່ເຕັ້ມຂ້າງສະໜາມ ພ້ອມທັງເປັນການອອກກຳລັງກາຍເພື່ອມິດຕະພາບ.

ພວກເຮົາເຊື່ອວ່າກິດຈະກຳໃນຄັ້ງນີ້ມີຄວາມສຳຄັນ ເນື່ອງຈາກສາມາດຊ່ວຍສົ່ງເສີມກິດຈະກຳດ້ານສຸຂະພາບແລ້ວ ຍັງຊ່ວຍເພີ່ມຄວາມແຂງແຮງທາງດ້ານຮ່າງກາຍ ແລະ ຈິດໃຈເພື່ອຕຽມພ້ອມກັບວຽກງານໄດ້ດີຍິ່ງຂຶ້ນໃນອະນາຄົດ. ນອກນັ້ນ ການແຂ່ງຂັນເຕະບານໃນຄັ້ງນີ້ຍັງສ້າງຄວາມສານສຳພັນກະຊັບມິດລະຫວ່າງພະນັກງານບໍລິສັດ ອາລິອັນສ໌, ຕົວແທນຂາຍປະກັນໄພ ແລະ ພະນັກງານແກ້ໄຂອຸປະຕິເຫດ ໃຫ້ເນັ້ນແຟ້ນຍິ່ງຂຶ້ນອີກດ້ວຍ.

caption1
caption2
caption3
caption3