ບໍລິສັດ ອາລິອັນສ໌ ປະກັນໄພລາວ

ການປະກັນໄພຄວາມສ່ຽງຮອບດ້ານຂອງຜູ້ຮັບເໝົາກໍ່ສ້າງ ໃຫ້ການຄຸ້ມກັນທີ່ຈໍາເປັນສໍາຫຼັບ ໂຄງການກໍ່ສ້າງຕ່າງໆ ໂດຍໃຫ້ການຄຸ້ມກັນຄວາມເສຍຫາຍທີ່ອາດເກີດຂື້ນໃນຂອບເຂດຂອງ ການກໍ່ສ້າງ ແລະ ຄວາມຮັບຜິດຊອບຂອງຜູ້ຮັບເໝົາຕໍ່ບຸກຄົນທີສາມທີ່ໄດ້ຮັບຜົນກະທົບ ຫຼື ຄວາມເສຍຫາຍຈາກໂຄງການກໍ່ສ້າງນັ້ນ. 

ປະກັນໄພຄວາມສ່ຽງຮອບດ້ານຂອງຜູ້ຮັບເໝົາກໍ່ສ້າງ ຍັງສາມາດຂະຫຍາຍການຄຸ້ມກັນໄປ ເຖິງເຄືີ່ອງມືອຸປະກອນກໍ່ສ້າງ, ເຄຶ່ອງຈັກທີ່ຮັບໃຊ້ໃນການກໍ່ສ້າງ, ການເກັບມ້ຽນເສດສາກ, ແລະ ຄວາມສເຍຫາຍຂອງຊັບສີນທີ່ມີກ່ອນການກໍ່ສ້າງ ແລະ ຜູ້ຮັບເໝົາຕ້ອງໄດ້ຮັບຜິດຊອບ ເຊີ່ງໄລຍະຂອງສັນຍາ ແລະ ຄວາມຄຸ້ມຄອງແມ່ນອີງຕາມໄລຍະເລລາຂອງການຮັບເໝົາກໍ່ສ້າງ.

 

ປະກັນໄພຄວາມສ່ຽງຮອບດ້ານຂອງການຕິດຕັ້ງ ໃຫ້ການຄຸ້ມຄອງຄວາມສ່ຽງໄພ່ທຸກຊະນິດ ຂອງຜູ້ຮັບເໝົາໃນຂະນະຕິດຕັ້ງ ລວມເຖິງການທົດສອບເຄື່ອງຈັກທຸກຊະນິດນັບຕັ້ງແຕ່ ເຄື່ອງຈັກນ້ອຍ ໄປຈົນເຖິງເຄື່ອງຈັກທີ່ໃຊ້ໃນໂຮງງານອຸດສະຫາກໍາຂະໜາດໃຫ່ຍ, ໂຮງງານ ຜະລິດເຫລັກເສັ້ນ ແລະ ຍັງລວມໄປເຖິງການຄຸ້ມຄອງຄວາມເສຍຫາຍທີ່ອາດເກີດຂື້ນກັບ ບຸກຄົນທີສາມທີ່ເປັນຜົນກະທົບມາຈາກການຕິດຕັ້ງເຄື່ອງຈັກ. 

ປະກັນໄພຄວາມສ່ຽງຮອບດ້ານຂອງການຕິດຕັ້ງ ຍັງສາມາດໃຫ້ການຄຸ້ມກັນວຽກງານວິສະວະ ກໍາກໍ່ສ້າງຂົວທາງ, ອຸປະກອນທີ່ໃຊ້ໃນການຕິດຕັ້ງ, ການເກັບມ້ຽນເສດສາກ, ຄວາມເສຍຫາຍ ຂອງຊັບສີນທີ່ມີກ່ອນການກໍ່ສ້າງ ແລະ ຜຸ້ຮັບເໝົາຕ້ອງໄດ້ຮັບຜິດຊອບ ແລະ ອື່ນໆ ເຊີ່ງໄລຍະ ຂອງສັນຍາ ແລະ ຄວາມຄຸ້ມຄອງແມ່ນອີງຕາມໄລຍະເລລາຂອງສັນຍາການຮັບເໝົາ.

 

ໃຫ້ການຄຸ້ມກັນເຄື່ອງມືອຸປະກອນ ແລະ ເຄື່ອງຈັກທີ່ໃຊ້ເຂົ້າໃນວຽກງານຮັບເໝົາກໍ່ສ້າງ ຈາກຄວາມເສຍ ຫາຍໃນເວລາດໍາເນີນງານ.

ສັນຍາປະກັນໄພເຄື່ອງມີ ແລະ ເຄື່ອງກົນຈັກຂອງຜູ້ຮັບເໝົາກໍ່ສ້າງມີໄລຍະເວລາໜື່ງປີ ຫຼື ອີງຕາມໄລຍະເວລາຂອງການຮັບເໝົາກໍ່ສ້າງ.

 

ກ່ຽວກັບການຄຸ້ມກັນ ແລະ ຄ່າທໍານຽມ   
ສອບຖາມອອນລາຍນ໌
ສໍານັກງານໃຫຍ່
ດາວໂຫຼດແອັບພີເຄຊັ້ນ

ດາວໂຫຼດ My Insurance App ໄດ້ທີ່:

ຕົວແທນປະກັນໄພ