ຂໍ້ມູນທີ່ໄດ້ສະໜອງໃນເວັບໄຊນີ້ບໍ່ມີຈຸດປະສົງສຳລັບແຈກຢາຍ ຫຼື ນຳໃຊ້ໃນທາງສ່ວນຕົວ ຫຼື ນິຕິບຸກຄົນ ຫຼື ສະຖານທີ່ມີການແຈກຢາຍ ຫຼື ປະເທດທີ່ມີການແຈກຢາຍ ຫຼື ການນຳໃຊ້ທີ່ຂັດກັບກົດໝາຍ ຫຼື ລະບຽບການ ຫຼື ເຊິ່ງກ່ຽວຂ້ອງກັບບໍລິສັດ ຫຼື ສິ່ງຜູກພັນ ທີ່ພົວພັນເຖິງການຈົດທະບຽນພາຍໃຕ້ອຳນາດສານ ຫຼື ປະເທດ. ເວັ້ນແຕ່ຂໍ້ມູນບໍ່ໄດ້ລະບຸການສະເໜີຄວາມຄິດເຫັນໃນເວັບໄຊ ຫຼື ເປັນການສະເໜີຂອງບໍລິສັດ ຫຼື ເປັນຂໍ້ຜູກພັນຂອງການຊື້ ຫຼື ຂາຍຫລັກຊັບ, ອະນາຄົດ, ເງື່ອນໄຂ ຫຼື ເຄື່ອງມືທາງການເງິນ ຫຼື ການສະໜອງຄຳແນະນຳໃນການລົງທຶນ ແລະ ການບໍລິການ.

ບໍລິສັດຂໍສະຫງວນສິດໃນການປັບປຸງເງື່ອນໄຂນຳໃຊ້ໄດ້ທຸກເວລາໂດຍບໍ່ມີການແຈ້ງກ່ອນລ່ວງໜ້າ. ໃນການນຳໃຊ້ເວັບໄຊຂອງທ່ານ ປະກອບດ້ວຍການຕົກລົງເຫັນດີຂອງທ່ານໃນການປັບປຸງ ແລະ ເປັນຂອບເຂດໃນການປັບປຸງ, ດ້ວຍເຫດຜົນນີ້ ພວກເຮົາເຫັນຄວນໃຫ້ທ່ານທົບທວນເງື່ອນໄຂການນຳໃຊ້ເມື່ອທ່ານໄດ້ນຳໃຊ້ເວັບໄຊນີ້. ວັນທີ່ລ່າສຸດຂອງເງື່ອນໄຂການນຳໃຊ້ນີ້ແມ່ນກຳນົດຢູ່ດ້ານລຸ່ມ.

 

ການບໍລິການ, ເວັບໄຊ ແລະ ທັງຂໍ້ມູນ ແລະ ຂໍ້ຄວາມ ແລະ/ຫຼື ເງື່ອນໄຂທີ່ທ່ານໄດ້ເຫັນ, ໄດ້ຍິນ ຫຼື ປະສົບການອື່ນໃນເວັບໄຊ (ເງື່ອນໄຂ) ທີ່ຂຶ້ນກັບບໍລິສັດ ແລະ ວິສາຫະກິດໃນເຄືອ ແລະ ຄູ່ຮ່ວມທຸລະກິດ ແລະ ການປົກປ້ອງໂດຍ ສປປ ລາວ ແລະ ສິດທິບັດສາກົນ, ເຄື່ອງໝາຍການຄ້າ, ຊັບສິນທາງປັນຍາ ແລະ ກົດໝາຍອື່ນໆ.

 

ທ່ານອາດຈະດາວໂຫລດ, ພິມ ແລະ ເລືອກເກັບຮັກສາສ່ວນຂອງເງື່ອນໄຂ, ສະໜອງໂດຍທ່ານ (1) ແມ່ນບໍ່ໃຫ້ມີການອັດສຳເນົາ ຫຼື ລົງເງື່ອນໄຂໃນເຄືອຂ່າຍຄອມພິວເຕີ້ ຫຼື ສົ່ງຜ່ານ, ຈຳໜ່າຍ, ປະກາດ ຫຼື ອອກອາກາດເງື່ອນໄຂໃນສື່ມ່ວນຊົນ, ລວມທັງການບໍ່ມີຂອບເຂດຈຳກັດ. ເວັບໄຊ ແລະ (2) ບໍ່ມີການປັບປຸງ ຫຼື ແກ້ໄຂເງື່ອນໄຂໃດໆ, ຫຼື ລຶບ ຫຼື ປ່ຽນແປງບັນດາລິຂະສິດ ຫຼື ເຄື່ອງໝາຍການຄ້າ. ບໍ່ມີສິດ, ໃສ່ຊື່, ຫຼື ທຳຜົນປະໂຫຍດຈາກການຄັດລອກ ຫຼື ດາວໂຫລດເງື່ອນໄຂ ໂດຍຜ່ານທ່ານເຊິ່ງເປັນຜົນຂອງການຄັດລອກ ຫຼື ດາວໂຫລດ, ບໍລິສັດຂໍສະຫງວນສິດໃນການກຳນົດຊື່ ແລະ ສິດທິຊັບສິນທາງປັນຍາທັງໝົດຕາມເງື່ອນໄຂຂອງທ່ານໃນການຄັດລອກ ຫຼື ດາວໂຫລດໃນເວັບໄຊນີ້.

 

ທ່ານເຫັນດີທີ່ຈະບໍ່ແກ້ໄຂ, ດັດແປງ, ປັບປຸງ, ຄັດລອກ, ດາວໂຫລດ, ຜະລິດຄືນ, ເຮັດຊ້ຳ, ສະແດງ, ແຈກຢາຍ, ນຳເຂົ້າ/ໂພດຊ້ຳ, ສົ່ງຕໍ່, ປະກາດ, ອະນຸຍາດ, ຂາຍ, ເຊົ່າ, ໂອນ ຫຼື ສ້າງຜົນງານລອກຮຽນແບບ ຈາກບັນດາຂໍ້ກຳນົດຕ່າງໆໃນເວັບໄຊ ຫຼື ການບໍລິການ. ເວັ້ນແຕ່ວ່າໄດ້ຮັບອະນຸຍາດຈາກເງື່ອນໄຂການນຳໃຊ້, ນອກຈາກນີ້, ທ່ານອາດບໍ່ສາມາດນຳໃຊ້ເຄື່ອງໝາຍຕ່າງໆທີ່ປະກົດໃນເວັບໄຊໂດຍບໍ່ໄດ້ຮັບການຕົກລົງເຫັນດີຈາກເຈົ້າຂອງເຄື່ອງໝາຍການຄ້າ ເວັ້ນແຕ່ກົດໝາຍກຳນົດໄວ້ຢ່າງອື່ນ.

ຖ້າມີພາກສ່ວນໃດຂອງເງື່ອນໄຂການນຳໃຊ້ມີການກຳນົດທີ່ບໍ່ສອດຄ່ອງ ຫຼື ບໍ່ສາມາດປະຕິບັດໄດ້, ແມ່ນຈະບໍ່ມີຜົນກະທົບຕໍ່ການກຳນົດໃນພາກອື່ນຂອງເງື່ອນໄຂການນຳໃຊ້ນີ້, ສ່ວນທັງໝົດຍັງມີຜົນບັງຄັບໃຊ້ ແລະ ມີຜົນສັກສິດ, ເງື່ອນໄຂການນຳໃຊ້ນີ້ຖືກຄຸ້ມຄອງຕາມກົດໝາຍຂອງ ສປປ ລາວ ແລະ ກໍລະນີມີການແປຄວາມໝາຍ ຫຼື ຂັດກັນລະຫວ່າງກົດໝາຍ ແມ່ນໃຫ້ຖືເອົາຄຳແປ ແລະ ກົດໝາຍຂອງ ສປປ ລາວ ເປັນຫລັກ. 

ຖ້າທ່ານມີຄຳຖາມກ່ຽວກັບເງື່ອນໄຂການນຳໃຊ້, ການປະຕິບັດງານຂອງເວັບໄຊ, ຫຼື ທ່ານຕ້ອງການພົວພັນກັບເວັບໄຊນີ້, ທ່ານສາມາດຕິດຕໍ່ພວກເຮົາໄດ້ທີ່:

 

ສົ່ງອີເມວສະເໜີມາຫາພວກເຮົາ: ຕິດຕໍ່ພວກເຮົາ