ປະກັນໄພເດີນທາງ

ໝັ້ນໃຈທຸກຄັ້ງເວລາທີ່ທ່ານເດີນທາງ ໄປທຸກທີ່ທົ່ວໂລກ

ໃຫ້ການຄຸ້ມກັນທ່ານໃນຍາມເຈັບເປັນຈາກພະຍາດ, ອຸປະຕິເຫດ ຫຼື ຄວາມເສຍຫາຍຕ່າງໆທີ່ອາດເກີດຂື້ນ ໃນຂະນະທີ່ກໍາລັງເດີນທາງພາຍໃນ ຫຼື ຕ່າງປະເທດ.

ດ້ວຍການປະກັນໄພ ຂອງ ບປລ ທ່ານສາມາດໝັ້ນໃຈທຸກຄັ້ງເວລາທີ່ທ່ານເດີນທາງໄປທຸກທີ່ທຸກເວລາທົ່ວໂລກ. ບໍ່ວ່າທ່ານຈະເດີນທາງໄປເພື່ອພັກຜ່ອນ, ເພື່ອທຸລະກິດ, ເດີນທາງເປັນໝູ່ຄະນະ ຫຼື ເດີນທາງຄົນດຽວ, ບປລ ສາມາດຕອບສະໜອງເງື່ອນໄຂຕ່າງໆທີ່ແທດເໝາະກັບສະພາບ ແລະ ຄວາມຕ້ອງການຂອງທ່ານໄດ້.

ບປລ ປະກັນໄພເດີນທາງ ໃຫ້ການຄຸ້ມກັນທ່ານໃນເວລາເດີນທາງ ດັ່ງນີ້:

  •  ຄ່າປີ່ນປົວ ແລະ ຄ່າໃຊ້ຈ່າຍອື່ນຈາກການເຈັບປ່ວຍ ແລະ ອຸປະຕິເຫດ
  •  ສິນທົດແທນກໍລະນີເສຍຊີວິດ ແລະ ພິການຖາວອນ
  •  ການຊ່ວຍເຫຼືອທາງດ້ານການແພດ ແລະ ການສົ່ງຕົວກັບປະເທດ
  •  ເພີ້ມການຄຸ້ມກັນຖ້ຽວບີນຂາກັບ
  •  ໃຫ້ການຄຸ້ມຄອງພິເສດສໍາລັບການສູນເສຍກະເປົາເດີນທາງ
  •  ໃຫ້ການຊົດເຊີຍພິເສດສໍາລັບຖ້ຽວບິນລ່າຊ້າ ແລະ ການຄາດເຄື່ອນຕໍ່ຖ້ຽວບິນຂອງສາຍການບິນເກີນກວ່າ 12 ຊົ່ວໂມງ
 

ບໍລິສັດອາລິອັນສ໌ປະກັນໄພລາວ ໄດ້ຮ່ວມມືກັບບໍລິສັດ Allianz Worldwide Partners (AWP) ຜູ້ໃຫ້ການບໍລິການຊ່ວຍເຫຼືອ ແລະ ກູ້ໄພທົ່ວໂລກ, ໄດ້ລວມເອົາການບໍລິການ ຂອງ (AWP) ເຂົ້າໃນປະກັນໄພເດີນທາງ. 

ດ້ວຍປະສົບການ ແລະ ເຄື່ອຂ່າຍຂອງ (AWP) ທີ່ຄວບຄຸມທົ່ວໂລກ, ທ່ານຈະໄດ້ຮັບ ຄວາມຊ່ວຍເຫຼືອໃນດ້ານການແພດ ແລະ ການສົ່ງຕົວກັບຄືນປະເທດຕະຫຼອດ 24 ຊົ່ວໂມງ/7ວັນ

ກ່ຽວກັບການຄຸ້ມກັນ ແລະ ຄ່າທໍານຽມ 
ສອບຖາມອອນລາຍນ໌
ສໍານັກງານໃຫຍ່
ດາວໂຫຼດແອັບພີເຄຊັ້ນ

ດາວໂຫຼດ My Insurance App ໄດ້ທີ່:

ຕົວແທນປະກັນໄພ