ເອກະສານສະບັບນີ້ພວກເຮົາໄດ້ກຳນົດເຖິງວິທີການນຳໃຊ້, ເກັບກຳ
ແລະ ການເປີດເຜີຍຂໍ້ມູນສ່ວນຕົວກ່ຽວກັບທ່ານ.
ປ່ຽນແທນກັບຂໍ້ມູນກ່ຽວກັບຄວາມເປັນສ່ວນຕົວໃນເອກະສານປະກັນໄພທີ່ພວກເຮົາໄດ້ມອບໃຫ້ແກ່ທ່ານກ່ອນໜ້ານີ້.
ຂໍ້ມູນເພີ່ມຕື່ມແມ່ນຢູ່ໃນນະໂຍບາຍຄວາມເປັນສ່ວນຕົວຂອງພວກເຮົາທີ່
www.azlaos.com
ຢູ່ທີ່ Allianz,
ພວກເຮົາໃຫ້ຄວາມສຳຄັນຕໍ່ການປົກປ້ອງຄວາມເປັນສ່ວນຕົວຂອງຂໍ້ມູນສ່ວນຕົວຂອງທ່ານ.
ພວກເຮົາປະຕິບັດໂດຍມີການຈັດການຂໍ້ມູນສ່ວນຕົວໃນລັກສະນະທີ່ມີຄວາມຮັບຜິດ
ຊອບສູງ ແລະ ອີງຕາມກົດໝາຍຂອງ ສປປ ລາວ.
ປົກກະຕິແລ້ວພວກເຮົາເກັບຂໍ້ມູນສ່ວນຕົວຂອງທ່ານຈາກທ່ານເອງ ຫຼື
ຕົວແທນຂອງທ່ານ. ພ້ອມດຽວກັນນັ້ນພວກເຮົາອາດຈະເກັບກຳຈາກຕົວແທນ
ແລະ ຜູ້ໃຫ້ບໍລິການຂອງພວກເຮົາ; ຜູ້ປະກັນໄພ ແລະ
ສຳນັກງານການປະກັນໄພທີ່ກ່ຽວຂ້ອງ;
ຜູ້ທີ່ມີສ່ວນກ່ຽວຂ້ອງໃນສິນທົດແທນປະກັນໄພ ຫຼື
ການຊ່ວຍພວກເຮົາໃນການສືບສວນສອບສວນ ຫຼື
ຂະບວນການຂອງສິນທົດແທນປະກັນໄພ,
ລວມທັງບຸກຄົນທີ່ສາມທີ່ຢູ່ພາຍໄຕ້ເງື່ອນໄຂຂອງສິນທົດແທນປະກັນໄພຂອງທ່ານ,
ພະຍານ ແລະ ວິຊາການທາງການແພດ;
ບຸກຄົນທີ່ສາມທີ່ອາດຈະຈັດການປະກັນໄພສຳລັບກຸ່ມທີ່ທ່ານເປັນສ່ວນໜຶ່ງໃນນັ້ນ;
ການບັງຄັບໃຊ້ກົດໝາຍ, ການແກ້ໄຂຂໍ້ຄັດແຍ່ງ, ກົດໝາຍ ແລະ
ກົດລະບຽບ; ລາຍການການຕະຫລາດ ແລະ
ຖານຂໍ້ມູນພື້ນຖານດ້ານອຸດສາຫະກຳ ແລະ ແຫລ່ງຂໍ້ມູນສາທາລະນະ.
ພວກເຮົາເກັບກຳຂໍ້ມູນສ່ວນຕົວຂອງທ່ານເພື່ອໃຫ້ພວກເຮົາສາມາດສະໜອງຜະລິດຕະພັນ
ແລະ ການບໍລິການຕາມຄວາມຕ້ອງການຂອງທ່ານ, ລວມມີຂັ້ນຕອນ ແລະ
ແກ້ໄຂສິນທົດແທນປະກັນໄພ; ການນຳສະເໜີຜະລິດຕະພັນ ແລະ
ການບໍລິການຂອງພວກເຮົາ ແລະ ສິ່ງທີ່ກ່ຽວຂ້ອງກັບບໍລິສັດພວກເຮົາ,
ນາຍໜ້າ, ຄົນກາງ ແລະ ຄູ່ຮ່ວມທຸລະກິດທີ່ທ່ານອາດມີຄວາມສົນໃຈ;
ແລະ ດຳເນີນການຄົ້ນຄວ້າດ້ານຕະຫລາດ ຫຼື
ລູກຄ້າເພື່ອກຳນົດຜະລິດຕະພັນ ຫຼື ບໍລິການທີ່ເໝາະສົມກັບທ່ານ.
ທ່ານສາມາດເລືອກທີ່ຈະປະຕິເສດຜະລິດຕະພັນ ຫຼື ບໍລິການຈາກພວກເຮົາ
(ລວມທັງຜະລິດຕະພັນ ຫຼື ບໍລິການຂອງພວກເຮົາຕ່າງໜ້າໂດຍຕົວແທນ,
ຕົວກາງ ແລະ/ຫຼື ຄູ່ຮ່ວມທຸລະກິດຂອງພວກເຮົາ) ຫຼື
ພົວພັນຫາບໍລິສັດພວກເຮົາ ໂດຍໂທຫາ 1457 ຫຼື +856 21 215 903
ໂມງການ 8ໂມງເຊົ້າ ຫາ 5ໂມງແລງ ວັນຈັນ ເຖິງ ວັນສຸກ, ຫຼື
ໄປຫາພາກສ່ວນຄວາມເປັນສ່ວນຕົວທີ່ເວັບໄຊທ໌ຂອງພວກເຮົາທີ່
www.azlaos.com
ພວກເຮົາອາດຈະເປີດເຜີຍຂໍ້ມູນສ່ວນບຸກຄົນຂອງທ່ານໃຫ້ແກ່ຜູ້ອື່ນທີ່ພວກເຮົາມີການກະກຽມທຸລະກຳເພື່ອຈຸດປະສົງທີ່ລະບຸໄວ້ໃນວັກຂ້າງເທິງ
ຫຼື ເພື່ອໃຫ້ພວກເຂົາສາມາດສະເໜີຜະລິດຕະພັນ ແລະ
ການບໍລິການຂອງພວກເຂົາໃຫ້ແກ່ທ່ານ.
ພາກສ່ວນເຫລົ່ານີ້ອາດປະກອບມີຜູ້ປະກັນໄພ, ຄົນກາງ, ຜູ້ປະກັນໄພ,
ບໍລິສັດໃນເຄືອ, ບໍລິສັດທີ່ກ່ຽວຂ້ອງ, ທີ່ປຶກສາຂອງພວກເຮົາ,
ຜູ້ທີ່ມີສ່ວນກ່ຽວຂ້ອງໃນສິດທົດແທນປະກັນໄພ, ຜູ້ເກັບກຳຂໍ້ມູນ
ແລະ ຜູ້ກວດສອບພາຍນອກ.
ຝ່າຍທີ່ພວກເຮົາມີແບບແຜນການປະກັນໄພໃນພື້ນທີ່
ທີ່ທ່ານໄດ້ເລືອກຊື້ນະໂຍບາຍການປະກັນໄພ (ເຊັ່ນວ່າ: ນັກການເງິນ
ຫຼື ຜູ້ຜະລິດລົດໃຫຍ່ ແລະ/ຫຼື ຜູ້ຄ້າຂາຍ).
ການເປີດເຜີຍຂໍ້ມູນອາດປະຕິບັດໂດຍລັດຖະບານ,
ການບັງຄັບໃຊ້ກົດໝາຍ, ການແກ້ໄຂຂໍ້ຂັດແຍ່ງ,
ອົງການຈັດຕັ້ງທາງກົດໝາຍ ຫຼື ກົດລະບຽບ, ຫຼື ຕາມກົດໝາຍກຳນົດ.
ຂໍ້ມູນສ່ວນບຸກຄົນຂອງທ່ານອາດຈະຖືກເປີດເຜີຍຕໍ່ບໍລິສັດອື່ນໆໃນກຸ່ມບໍລິສັດ
Allianz, ຄູ່ຮ່ວມທຸລະກິດ, ຜູ້ປະກັນໄພຕໍ່ ແລະ
ຜູ້ໃຫ້ບໍລິການທີ່ອາດຈະຢູ່ໃນປະເທດໄທ ຫຼື ຕ່າງປະເທດ.
ບັນດາຂໍ້ມູນເຫລົ່ານີ້ອາດຈະຖືກເປີດເຜີຍໃນແຕ່ລະປະເທດອາດຈະປະກອບມີແຄນນາດາ,
ເຢຍລະມັນ, ນິວຊີແລນ, ສະຫະລາດອານາຈັກ, ສະຫະລັດອາເມລິກາ ແລະ
ບັນດາປະເທດອື່ນໆທີ່ມີຢູ່ ຫຼື ເຂົ້າຮ່ວມກັບຜູ້ຮັບເໝົາໂດຍກຸ່ມ
Allianz.
ປົກກະຕິແລ້ວພວກເຮົາທົບທວນຄວາມປອດໄພຂອງລະບົບພວກເຮົາທີ່ໃຊ້ສຳລັບການສົ່ງຂໍ້ມູນສ່ວນບຸກຄົນຢູ່ຕ່າງປະເທດ
ຂໍ້ມູນໃດໆທີ່ສາມາດເປີດເຜີຍ
ແມ່ນຈະໃຊ້ສຳລັບຈຸດປະສົງຂອງການລວບລວມຂໍ້ມູນຂ້າງເທິງ ແລະ
ການຄຸ້ມຄອງລະບົບ.
ໂດຍອະນຸຍາດໃຫ້ພວກເຮົາມີຂໍ້ມູນສ່ວນບຸກຄົນຂອງທ່ານ ແລະ
ບຸກຄົນອື່ນທີ່ທ່ານໄດ້ສະໜອງຂໍ້ມູນໃຫ້ພວກເຮົາ,
ທ່ານເຫັນດີອະນຸຍາດໃຫ້ນຳໃຊ້ ແລະ
ເປີດເຜີຍເຫລົ່ານີ້ເທົ່າທີ່ທ່ານຈະບອກພວກເຮົາໄດ້.
ຖ້າທ່ານຕ້ອງການທີ່ຈະຖອນການຍິນຍອມຂອງທ່ານ,
ລວມທັງສຳລັບສິ່ງຕ່າງໆເຊັ່ນການໄດ້ຮັບຂໍ້ມູນກ່ຽວກັບຜະລິດຕະພັນ
ແລະ ຂໍ້ສະເໜີຂອງພວກເຮົາ ຫຼື
ບຸກຄົນທີ່ພວກເຮົາມີການພົວພັນກັບພວກເຮົາ,
ກະລຸນາຕິດຕໍ່ຫາພວກເຮົາທີ່.
ຕິດຕໍ່:
Ms. Annie Pantalacci
Compliance Manager, Legal & Compliance Department
33 Lane Xang Avenue, 2nd floor ANZ Building
P. O. Box 4223 Vientiane Capital, Lao PDR.
Tel 1457 or +856 21 21 5903
Email:
annie@agl-allianz.com