ສັນຍາປະກັນໄພແບບອີເລັກໂຕຣນິກ (e-Policy)

e-Policy ແມ່ນສັນຍາປະກັນໄພແບບອີເລັກໂຕຣນິກ ທີ່ໃຫ້ທ່ານສາມາດເກັບສັນຍາປະກັນໄພເທີງມືຖື ສະດວກສະບາຍເວລາໃຊ້ງານ. ທ່ານສາມາດສະແດງຂໍ້ມູນສັນຍາປະກັນໄພລົດຂາກແອັບໃນມືຖື ຫລື ຮູບສະຕິກເກີ້ປະກັນໄພລົດທີ່ສາມາດດາວໂຫລດໄດ້ຈາກໃນແອັບໃຫ້ເຈົ້າໜ້າທີຕໍາຫຼວດ ໃນເວລາທີ່ທ່ານຖືກກວດເອກະສານລົດໄດ້ ເພາະທາງບໍລິສັດໄດ້ຮັບອະນຸມັດ ແລະ ຮັບຮອງຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງການເງິນ, ແລະ ກະຊວງປ້ອງກັນຄວາມສະຫງົບ ແລະທັງຍັງໄດ້ມີການເຜີຍແຜ່ໃຫ້ເຈົ້າໜ້າທີຕໍາຫຼວດຈາລະຈອນໃຫ້ຮັບຮູ້ທົ່ວປະເທດເພື່ອຈັດຕັ້ງປະຕິບັດ. ເວົ້າງ່າຍໆກໍຄືທ່ານບໍ່ຈຳເປັນຕ້ອງເອົາເຈ້ຍສະຕິກເກີ້ຕິດໜ້າລົດເພື່ອຍືນຍັນສັນຍາປະກັນໄພຂອງທ່ານອີກຕໍ່ໄປ ທ່ານສາມາດສະແດງສັນຍາປະກັນໄພໃນແອັບພິເຄຊັ່ນ My Insurance ໃຫ້ເຈົ້າໜ້າທີ່ເບິ່ງໄດ້ເລີຍ. ນອກນັ້ນທ່ານຍັງສາມາດດາວໂຫລດເອົາບັດປະກັນສຸຂະພາບເພື່ອໄປໃຊ້ໃນໂຮງໝໍເຄື່ອຂ່າຍຂອງອາລິອັນສ໌ ປະກັນໄພລາວ ໄດ້ທັງພາຍໃນ ແລະ ຕ່າງປະເທດ ສະດວກບໍ່ຕ້ອງຖືບັດ ຫຼື ເອກະສານຫຼາຍຢ່າງອີກຕໍ່ໄປ.

ນອກຈາກເອກະສານປະກັນໄພແລ້ວ ທ່ານຍັງສາມາດຕໍ່ສັນຍາປະກັນໄພ, ຕິດຕາມການຈ່າຍສີນທົດແທນປະກັນໄພ ແລະ ຕິດຕາມຂໍ້ມູນຂ່າວສານພ້ອມໂປໂມຊັນດີໆອີກຫຼາກຫຼາຍໃນແອັບ.

ບໍລິສັດອາລິອັນສ໌ປະກັນໄພລາວມຸ່ງໝັ້ນສ້າງຄວາມສະດວກສະບາຍໃຫ້ກັບລູກຄ້າດ້ວຍການນໍາໃຊ້ເຄື່ອງມືດິຈິຕອນ, ທັງຊ່ວຍລຸດຜ່ອນການນໍາໃຊ້ເຈ້ຍ ແລະ ຕັດຕົ້ນໄມ້ ພ້ອມສ້າງສີ່ງແວດລ້ອມທີ່ໃຫ້ກັບປະເທດໄດ້ຢ່າງຍືນຍົງ.

ກິດຈະກຳປູກຕົ້ນໄມ້ພາຍໃຕ້ໂຄງການ ePolicy,
One e = One tree ຄັ້ງວັນທີ 01 ມິຖຸນາ 2022
ເບິ່ງລາຍລະອຽດ
ພວກເຮົາເຄີຍໄດ້ຍິນມາຕະຫລອດກ່ຽວກັບການລົນນະລົງໃຫ້ຫລຸດຜ່ອນນຳໃຊ້ພຣາສຕິກ ແມ່ນບໍ່, ແຕ່ວ່າຈະເກີດຫຍັງຂຶ້ນ ຖ້າເຮົາຖິ້ມຂີ້ເຫຍື້ອຈຳພວກພຣາສຕິກເຫລົ່ານັ້ນ ? ທ່ານຮູ້ບໍ່ວ່າພຣາສຕິກໜຶ່ງຕຸກຕ້ອງໃຊ້ເວລາດົນເຖິງ 1,000ປີ ໃນການຍ່ອຍສະຫລາຍ!!
ເບິ່ງລາຍລະອຽດ
ເບິ່ງລາຍລະອຽດ
ເບິ່ງລາຍລະອຽດ
ເບິ່ງລາຍລະອຽດ

ວີດີໂອຕ່າງໆ