ທຸກທຸລະກິດ ແລະ ວຽກງານລ້ວນແລ້ວແຕ່ມີຄວາມສ່ຽງໄພທີ່ແຕກຕ່າງກັນ ເຊີ່ງອາດນໍາພາໄປເຖິງການເກີດຄວາມເສຍຫາຍທາງດ້ານຊັບສີນ ແລະ ການເງີິນແກ່ເຈົ້າຂອງທຸລະກິດ. ການເຮັດປະກັນໄພຊັບສີນແບບຮອບດ້ານ ຈະສາມາດຊ່ວຍຫລຸດຜ່ອນຜົນກະທົບຈາກຄວາມເສຍຫາຍຂອງຊັບສີນ ເຊັ່ນ: ອາຄານ ແລະ ເຄື່ອງອຸປະກອນຕ່າງໆ ໃນກໍລະນີເກີດເຫດການທີ່ບໍ່ຄາດຄິດໄດ້.
ສັນຍາປະກັນໄພຊັບສີນແບບຮອບດ້ານ ຍັງສາມາດຂະຫຍາຍຄວາມຄຸ້ມກັນໄປເຖິງ "ການຢຸດສະງັກທາງດ້ານທຸລະກິດ" ເພື່ອໃຫ້ການຄຸ້ມຄອງຄວາມເສຍຫາຍທາງດ້ານການເງິນ ທີ່ອາດເກີດຂື້ນກັບທຸລະກິດຂອງທ່ານ ເຮັດໃຫ້ທ່ານສາມາດຟື້ນຟູທຸລະກິດຂອງທ່ານກັບມາຄືນໄດ້ໂດຍໄວ ໃນກໍລະນີທີ່ມີເຫດການທີ່ໂຊກບໍ່ດີເກີດຂື້ນ.