ຂໍຂອບໃຈ 1581 ສັນຍາ

ພວກເຮົາເຄີຍໄດ້ຍິນມາຕະຫລອດກ່ຽວກັບການລົນນະລົງໃຫ້ຫລຸດຜ່ອນນຳໃຊ້ພຣາສຕິກ ແມ່ນບໍ່, ແຕ່ວ່າຈະເກີດຫຍັງຂຶ້ນ ຖ້າເຮົາຖິ້ມຂີ້ເຫຍື້ອຈຳພວກພຣາສຕິກເຫລົ່ານັ້ນ ? ທ່ານຮູ້ບໍ່ວ່າພຣາສຕິກໜຶ່ງຕຸກຕ້ອງໃຊ້ເວລາດົນເຖິງ 1,000ປີ ໃນການຍ່ອຍສະຫລາຍ!!

ບໍລິສັດ ອາລິອັນສ໌ ປະກັນໄພລາວ, ພວກເຮົາມຸ້ງໝັ້ນສ້າງຄວາມໝັ້ນຄົງຜ່ານແນວຄິດ sustainability ເພື່ອຂັບເຄື່ອນເປົ້າໝາຍເພີ່ມພື້ນທີ່ສີຂຽວ ສ້າງສົມດຸນສິ່ງແວດລ້ອມ ລົດການປ່ອຍກາສເຮືອນກະຈົກ ດັ່ງນັ້ນພວກເຮົາຈິ່ງໄດ້ມີໂຄງການປູກຕົ້ນໄມ້ໃນແຄມເປນ e-Policy ພາຍໃຕ້ແອັບ My Insurance ເພື່ອໃຫ້ລູກຄ້າສະໝັກສັນຍາແບບເອເລັກໂທຣນິກ 1ສັນຍາ ເທົ່າກັບ 1ຕົ້ນໄມ້

ພາຍຫລັງ ບໍລິສັດອາລິອັນສ໌ປະກັນໄພລາວໄດ້ມີການໂຄສະນາກ່ຽວກັບໂຄງການປູກຕົ້ນໄມ້ໃນແຄມເປນ e-Policy ພາຍໃຕ້ແອັບ My Insurance ເພື່ອໃຫ້ລູກຄ້າສະໝັກສັນຍາແບບເອເລັກໂທຣນິກ One e = One tree ຕັ້ງແຕ່ເດືອນກຸມພາ 2022ເປັນຕົ້ນມາ, ພວກເຮົາກໍໄດ້ຮັບຜົນຕອບຮັບທີ່ດີ ແລະ ເປັນການຊົມເຊີຍວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ 42ປີ ບໍລິສັດ ອາລິອັນສ໌ ປະກັນໄພລາວ ໄດ້ລວບລວມຕົ້ນໄມ້ຮອບທຳອິດຈຳນວນ 320ຕົ້ນ ພາຍໃຕ້ໂຄງການ e-Policy One e = One tree ໄປເຮັດກິດຈະກໍາປູກຕົ້ນໄມ້ຮ່ວມກັບກົມປ່າໄມ້ທີ່ວັດດ່ານສູງ ບ້ານນາຍາງ ເມືອງນາຊາຍທອງ. ແລະ ຍັງດຳເນີນແຄມເປນຕໍ່ເນື່ອງມາຈົນຮອດທ້າຍເດືອນທັນວາ 2022 ເພື່ອກະຕຸ້ນໃຫ້ລູກຄ້າຫັນມານຳໃຊ້ລະບົບດິຈິຕອລຫລາຍຂຶ້ນ ແລະ ຫລຸດຜ່ອນການນຳໃຊ້ເຈ້ຍ, ປະຈຸບັນພວກເຮົາໄດ້ຣວບຣວມຈຳນວນສັນຍາອີເລັກໂທຣນິກທັງໝົດເປັນ 1,581 ສັນຍາ ເຊິ່ງເທົ່າກັບ 1,581 ຕົ້ນໄມ້ ທີ່ບໍລິສັດ ອາລິອັນສ໌ ປະກັນໄພລາວຈະນຳໄປປູກພາຍໃນປີ 2023 ນີ້

ບໍລິສັດ ອາລິອັນສ໌ ປະກັນໄພລາວ ຂໍຂອບໃຈມາຍັງທຸກທ່ານທີ່ມີສ່ວນຮ່ວມ ແລະ ສະໜັບສະໜູນໂຄງການນີ້ເພື່ອມາຮ່ວມສ້າງເປັນສ່ວນໜຶ່ງໃນການຊ່ວຍກັນປ້ອງກັນສະພາວະໂລກຮ້ອນ ສ້າງສິ່ງແວດລ້ອມທີ່ດີໃຫ້ກັບປະເທດໄດ້ຢ່າງຍືນຍົງ ແລະ ລົດການປ່ອຍກາສເຮືອນກະຈົກໄປນຳກັນ.