ປະຊຸມຕົວແທນທົ່ວປະເທດປະຈຳປີ 2022

ໃນວັນທີ 4-5 ກໍລະກົດ 2022 ທີ່ຜ່ານມານີ້, ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈໍາກັດ ໄດ້ຈັດກອງປະຊຸມຕົວແທນປະກັນໄພທົ່ວປະເທດ ປະຈຳປີ 2022 ( Allianz Agents Annual Meeting 2022 ) ທີ່ ວັງວຽງ ແຂວງວຽງຈັນ ໂດຍມີຜູ້ເຂົ້າຮ່ວມລວມທັງຄະນະອຳນວຍການ, ຫົວໜ້າພະແນກ, ທີມງານຮັບຜິດຊອບ ແລະ ຕົວແທນຂາຍປະກັນໄພທົ່ວປະເທດ. ກອງປະຊຸມໃນຄັ້ງນີ້ແມ່ນການຈັດະຊຸມໃນຮອບ 2ປີ ຫລັງຈາກສະຖານະການໂຄວິດ, ການປະຊຸມມີການແຈ້ງຜົນໄດ້ຮັບ, ສະຫລຸບຕົວເລກ, ວຽກງານຕ່າງໆໃນໄລຍະ2ປີທີ່ຜ່ານມາ, ວາງແຜນເປົ້າໝາຍ ການພັດທະນາ, ການປັບປຸງທຸລະກິດ ແລະ ການດຳເນີນງານຕ່າງໆ.

ນອກຈາກນັ້ນທາງບໍລິສັດ ອາລິອັນສ໌ ປະກັນໄພ ຈຳກັດ ຍັງໄດ້ມີການມອບລາງວັນດີເດັ່ນໃຫ້ແກ່ບັນດາຕົວແທນທີ່ປະສົບຜົນສຳເລັດໃນການເຮັດວຽກໄດ້ຕາມເປົ້າໝາຍທີ່ຄາດໄວ້ ປະຈຳປີ 2021 ແລະ ຍັງມີການຄັດເລືອກຜູ້ນໍາຕົວແທນປະຈຳປີ 2022. ກອງປະຊຸມໄດ້ຮັບຟັງ ແລະ ຕອບຂໍ້ສະເໜີຂອງບັນດາຕົວແທນເພື່ອໃຫ້ບັນດາຕົວແທນ ແລະ ທີມບໍລິຫານຂອງບໍລິສັດເຂົ້າໃຈ ແລະ ເປັນເອກະພາບໃນການສູ້ຊົນໃຫ້ໄດ້ຄາດໝາຍໃນປີຕໍ່ໆໄປ ແລະ ໃຫ້ໂຄງການພັດທະນາຕ່າງໆມີຄວາມຄືບໜ້າສຳເລັດ.