1

Allianz Runners ເຂົ້າຮ່ວມງານແລ່ນ ວຽງຈັນ ຮາຟ ມາຣາທອນ ນາໆຊາດ 2024

ຂໍຊົມເຊີຍກັບ Allianz Runners ຂອງພວກເຮົາທຸກຄົນທີ່ເຂົ້າຮ່ວມງານແລ່ນ ວຽງຈັນ ຮາຟ ມາຣາທອນ ນາໆຊາດ 2024 ຄັ້ງທີ 7 ເມື່ອວັນທີ 10 ມີນາ ທີ່ຜ່ານມາ. ການທຸ້ມເທແຮງກາຍ ແລະ ແຮງໃຈ​ຂອງ​ພະນັກງານອາລິອັນສ໌​ເປັນ​ການສະແດງໃຫ້ເຫັນ​ເຖິງ​ຄວາມ​ມຸ້ງໝັ້ນ​ ຕັ້ງໃຈ​ໃນການຮັກສາສຸຂະພາບຈິດ ແລະ ສຸຂະພາບກາຍໃຫ້ແຂງແຮງ.

ປີນີ້, ພວກເຮົາມີທັງໝົດ 34 Allianzers ເຂົ້າຮ່ວມງານແລ່ນ ວຽງຈັນ ຮາຟ ມາຣາທອນ ນາໆຊາດ, ໃນນັ້ນມີ 32 ຄົນເຂົ້າຮ່ວມໃນການແລ່ນ 10 ກິໂລແມັດ. ນອກຈາກນັ້ນ, ພະນັກງານບໍລິສັດ ອາລິອັນສ໌ ປະກັນໄພລາວ ຄົນໜຶ່ງຂອງພວກເຮົາເອງໄດ້ເປັນ Pacer ໃຫ້ນັກແລ່ນໃນການແຂ່ງຂັນ 10 ກິໂລແມັດ ອີກດ້ວຍ, ເຊິ່ງສະແດງໃຫ້ເຫັນເຖິງຄວາມມັກໃນການແລ່ນ ແລະ ເປັນແຮງບັນດານໃຈໃຫ້ຄົນອື່ນອີກດ້ວຍ.

ທີ່ ອາລິອັນສ໌ ປະກັນໄພລາວ, ພວກເຮົາເຊື່ອໝັ້ນຢ່າງໜັກແໜ້ນໃນການສະໜັບສະໜູນສຸຂະພາບ ແລະ ສະຫວັດດີການຂອງພະນັກງານຂອງພວກເຮົາ ໃນການມີສ່ວນຮ່ວມໃນກິດຈະກຳຕ່າງໆເຊັ່ນການແລ່ນ. ພວກເຮົາຂໍຊົມເຊີຍຢ່າງສຸດໃຈໃນຄວາມພະຍາຍາມຂອງນັກແລ່ນທຸກທ່ານ ແລະ ການອຸທິດຕົນເພື່ອການມີສຸຂະພາບທີ່ດີ ແລະ ແຂງແຮງ ພ້ອມທີ່ຈະກ້າວໄປຂ້າງໜ້າດ້ວຍຄວາມໝັ້ນໃຈ.

1
1
1
1
1