mou

ພິທີເຊັນສັນຍາລົງນາມການຮ່ວມມືເປັນໂຮງໝໍເຄືອຂ່າຍ ລະຫວ່າງ ໂຮງໝໍ ມິດຕະພາບ ແລະ ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈຳກັດ

ໃນວັນທີ 14/12/2023 ທີ່ຜ່ານມານີ້, ໄດ້ມີພິທີເຊັນສັນຍາລົງນາມການຮ່ວມມືເປັນໂຮງໝໍເຄືອຂ່າຍ ລະຫວ່າງ ໂຮງໝໍ ມິດຕະພາບ ແລະ ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈຳກັດ ເພື່ອເປັນເຄືອຂ່າຍໂຮງໝໍໃນ ສປປລາວ.

ໃນພິທີເຊັນສັນຍາລົງນາມການຮ່ວມມືເປັນໂຮງໝໍເຄືອຂ່າຍ ຕາງໜ້າເຊັນສອງຝ່າຍໂດຍ ທ່ານ ດຣ ສອນໄຊ ລາດຊະວົງ

ຜູ້ອໍານວຍການ ໂຮງໝໍມິດຕະພາບ, ແລະ ທ່ານ ປອ. ແສງອາລຸນ ອິນມີໄຊ, ຮອງອຳນວຍການ ບໍລິສັດ ອາລິອັນສ໌ ປະກັນໄພລາວ ພ້ອມດ້ວຍສັກຂີພະຍານຈາກທັງສອງຝ່າຍ.

 

ໂຮງໝໍມິດຕະພາບແມ່ນເປັນໂຮງໝໍສູນກາງປິ່ນປົວທົ່ວໄປ ໂດຍມີຫລາຍຂະແໜງການເຊັ່ນ: ລະບົບປະສາດ, ພາຍໃນທົ່ວໄປ, ຊຶມເຊື້ອພະຍາດເຂດຮ້ອນ, ປະສູດ-ພະຍາດຍິງ-ແມ່ ແລະ ເດັກ, ຜ່າຕັດທົ່ວໄປ, ຫູ-ດັງ-ຕາ-ຄໍ ແລະ ຄາງໜ້າ, ທັນຕະກຳ, ຟື້ນຟູຊີບ, ກວດເຂດນອກ, ສຸກເສີນ, ກາຍະບຳບັດ, ວິເຄາະ, ລັງສີ-ສູນສາຍແສງ ແລະ ກໍຍັງມີວຽກທີ່ເປັນບູລິມະສິດໃນການລົງເລິກຊ່ຽວຊານໃນລະດັບສູງຂອງ ສປປ ລາວ ເປັນຕົ້ນແມ່ນຂະແໜງກະທົບ-ຜ່າຕັດກະດູກ, ຜ່າຕັດສະໝອງ-ສັນຫລັງ, ໄຂ່ຫລັງທຽມ (ຟອກເລືອດ), ການແພດພື້ນເມືອງ ແລະ ສູນມະເຮັງອີກດ້ວຍ.

 

ບໍລິສັດ ອາລິອັນສ໌ ປະກັນໄພລາວຈໍາກັດເປັນບໍລິສັດຮ່ວມທຶນລະຫວ່າງລັດຖະບານ ແຫ່ງ ສປປລ, ເຊິ່ງຕາງໜ້າລັດຖະບານໂດຍກະຊວງການເງິນ ຖືຮຸ້ນ 49% ແລະ ບໍລິສັດ ອາລິອັນສ໌ ປະເທດເຢັຍລະມັນຖືຮຸນ 51% ເຊິ່ງເປັນຜູ້ໃຫ້ບໍລິການດ້ານປະກັນໄພ ແລະ ການເງິນຊັ້ນນຳຂອງໂລກ.

 

ບໍລິສັດ ອາລິອັນສ໌ ປະກັນໄພລາວເປັນບໍລິສັດປະກັນໄພແຫ່ງທໍາອິດທີ່ໃຫ້ບໍລິການດ້ານການປະກັນໄພໃນສປປລາວ ແລະ ມາຮອດປະຈຸບັນແມ່ນ ມີປະສົບການ ຫຼື ອາຍຸ 33 ປີ ໃນການໃຫ້ບໍລິການດ້ານປະກັນໄພ, ແລະເປັນບໍລິສັດທໍາອິດໃນ ສປປ ລາວ ທີ່ໃຫ້ບໍລິການເຄືອຂ່າຍໂຮງໝໍ, ປະຈຸບັນມີ ໂຮງໝໍ ຫຼື ຄລີນິກ ທີ່ເປັນເຄືອຂ່າຍ ຂອງບໍລິສັດ ອາລິອັນສ໌ ປະກັນໄພລາວ ຫຼາຍກ່ວາ 21 ແຫ່ງໃນ ສປປລາວ ໂດຍມີຈຸດປະສົ່ງເພື່ອອໍານວຍຄວາມສະດວກສະບາຍໃຫ້ແກ່ຜູ້ທີ່ມີປະກັນໄພສຸຂະພາບສາມາດເຂົ້າປີ່ນປົວໃນໂຮງໝໍ ແລະ ຄີນິກຕ່າງໆໂດຍບໍ່ຕ້ອງຈ່າຍເງິນສົດກ່ອນ.

 

ສໍາລັບການບໍລິການເຄື່ອຂ່າຍໂຮງໝໍຂອງພວກເຮົາແມ່ນບໍລິການພິເສດ ສະເພາະສໍາຫລັບລູກຄ້າທີ່ຊື້ປະກັນສຸຂະພາບ, ເຊິ່ງຜູ້ຖືປະກັນໄພສາມາດເຂົ້າປີ່ນປົວໃນຍາມເຈັບປ່ວຍໃນໂຮງໝໍ ແລະ ຄຣິນິກຕ່າງໆທີ່ຢູ່ໃນເຄືອຂ່າຍໄດ້ໂດຍບໍ່ຕ້ອງຈ່າຍເງິນສົດກ່ອນ ພາຍໃນວົງເງິນຄຸ້ມກັນປະກັນໄພທີ່ໄດ້ຊື້ໄວ້.

 

ຜະລິດຕະພັນປະກັນສຸຂະພາບຂອງ ບໍລິສັດ ອາລິອັນສ໌ ປະກັນໄພລາວ ໃຫ້ການຄຸ້ມກັນທ່ານທົ່ວໂລກ. ລູກຄ້າຈະໄດ້ຮັບການຄຸ້ມກັນ ແລະ ທົດແທນຄືນຄ່າປີ່ນປົວທີ່ເກີດຈາກພະຍາດທີ່ເລັກນ້ອຍ ຈົນເຖິງພະຍາດຮ້າຍແຮງ, ເຊີ່ງສາມາດເຂົ້າຮັບການປີ່ນປົວແບບບໍ່ຕ້ອງຈ່າຍເງິນສົດກ່ອນໃນໂຮງໝໍເຄືອຄ່າຍ ຫລື ກໍລະນີໄປປີ່ນປົວນອກໂຮງໝໍເຄືອຄ່າຍກໍ່ສາມາດນໍາເອົາບີນຢາມາເອົາເງິນທົດແທນຄືນໄດ້. ບໍລິສັດ ອາລິອັນສ໌ ປະກັນໄພລາວແມ່ນ ໃຫ້ການບໍລິການແກ່ຫຼາຍໆບໍລິສັດທັງສາກົນ ແລະ ລາວ, ແລະ ບັນດາອົງກອນຕ່າງໆ ທີ່ຊື້ປະກັນສຸຂະພາບເພື່ອຄຸ້ມກັນໃຫ້ແກ່ພພະນັກງານຂອງເຂົາເຈົ້າ ແລະ ລູກຄ້າລາຍບຸກຄົນທົ່ວໄປ.

mou
mou
mou
mou
mou