2

ພິທີມອບໂລລາງວັນ ແລະ ຍ້ອງຍໍ ວິສາຫະກິດ ທີ່ປະຕິບັດພັນທະອາກອນ ດີເດັ່ນ ປະຈຳປີ 2022

ໃນວັນທີ 21 ກຸມພາ 2024, ກົມສ່ວຍສາອາກອນ, ກະຊວງການເງິນ ໄດ້ຈັດພິທີຍ້ອງຍໍ ວິສາຫະກິດ ດີເດັ່ນຂື້ນ ໃນການຈັດຕັ້ງ ປະຕິບັດລະບຽບກົດຫມາຍ ແລະ ການປະຕິບັດພັນທະອາກອນ, ເຊິ່ງການຍ້ອງຍໍດັ່ງກ່າວແມ່ນຈັດເປັນ 3 ປະເພດ . ໃນພິທີຍ້ອງຍໍ ຄັ້ງນີ້ ແມ່ນ ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈໍາກັດ X(Allianz) ໄດ້ເຂົ້າຮ່ວມໃນງານມອບໂລລາງວັນ ແລະ ຍ້ອງຍໍ ວິສາຫະກິດ ທີ່ປະຕິບັດພັນທະອາກອນ ດີເດັ່ນປະເພດ I ປະຈໍາປີ 2022 ເຊິ່ງມອບໂດຍ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ຜູ້ເຂົ້າຮ່ວມໃນການຮັບລາງວັນ ຕາງໜ້າ ໂດຍ ທ່ານນາງ ປອ. ແສງອາລຸນ ອິນມີໄຊ ຮອງອຳນວຍການ ບໍລິສັດ ອາລິອັນສ໌ ປະກັນໄພລາວ, ເຊິ່ງທາງບໍລິສັດ ອາລິອັນສ໌ ປະກັນໄພລາວ ແມ່ນໄດ້ຮັບລາງວັນສາຫະກິດ ດີເດັ່ນປະເພດ I ຕິດຕໍ່ກັນ 03 ປີຊ້ອນ ໃນການປະຕິບັດເງື່ອນໄຂ 4 ເງື່ອນໄຂຄົບຖ້ວນ ຄືດັ່ງນີ້:

-     ວິສາຫະກິດ ທີ່ມີການແຈ້ງ-ມອບອາກອນ ປົກກະຕິ ແລະ ມອບຖືກຕ້ອງຄົບຖ້ວນ ໃນປີ;

-     ວິສາຫະກິດ ທີ່ມາຍື່ນບົດລາຍງານການເງິນ ປະຈຳປີ 2020;

-     ບໍ່ມີຫນີ້ຄ້າງມອບໃນລະບົບ TaxRIS ແລະ ຈາກບົດບັນທຶກກວດກາ ໃນປີ 2021;

-     ບໍ່ມີປັບໃຫມຊັກຊ້າ ຈາກການແຈ້ງມອບອາກອນປົກກະຕິ.

ສຳລັບ ການຈັດປະເພດຍ້ອງຍໍ ແມ່ນກຳນົດເອົາ ວິສາຫະກິດທີ່ຄົບເງື່ອນໄຂ ຢ່າງຕໍ່າສຸດ 3 ໃນ 4 ເງື່ອນໄຂ ທີ່ໄດ້ກຳນົດໄວ້ຂ້າງເທິງນີ້ ລວມທັງຫມົດຈໍານວນ 249 ຫົວຫນ່ວຍ ແລະ ແບ່ງອອກເປັນ 3 ປະເພດ.

 

ການຍ້ອງຍໍຄັ້ງນີ້ແມ່ນສ່ອງແສງເຖີງຄວາມຮັບຜິດຊອບສູງຂອງຄະນະບໍລິຫານ ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈໍາກັດ ໃນການຊີ້ນຳ-ນຳພາ ແລະ ຂໍຊົມເຊີຍພະນັກງານ ບໍລິສັດ ອາລິອັນສ໌ ປະກັນໄພລາວຈຳກັດທັງໝົດ ທີ່ມີຄວາມໃຈໃສ່ ດ້ວຍຄວາມຮັບຜິດຊອບສູງຕໍ່ໜ້າພາລະບົດບາດທີ່ໄດ້ຮັບມອບໝາຍ ໂດຍສະເພາະແມ່ນພະແນກການເງິນ ແລະ ບັນຊີ ທີ່ສາມາດປະຕິບັດ ກົດໝາຍວ່າດ້ວຍສ່ວຍສາອາກອນ ແລະ ລະບຽບການທີ່ກ່ຽວຂ້ອງຢ່າງເຄັ່ງຄັດ, ເຊິ່ງກາຍເປັນຫົວຫນ່ວຍທຸລະກິດ ຕົວແບບທີ່ດີເດັ່ນນຳໜ້າພາທາງໃນການປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.

 

ຄະນະບໍລິຫານຂອງ Allianz ຈະສຶບຕໍ່ຮັກສາແຊ້ມໃນປີຕໍ່ໄປ ພ້ອມທັງພັດທະນາທຸລະກິດປະກັນໄພໃຫ້ ມີຜົນປະກອບການດີ ສາມາດປະກອບສ່ວນໃນການປະຕິບັດພັນທະອາກອນໃຫ້ລັດຖະບານແບບຍືນຍົງເພື່ອເປັນສ່ວນໜື່ງທີ່ສຳຄັນໃນ ການພັດທະນາເສດຖະກິດ-ສັງຄົມ.

2
2
2
2
2
2