1

ງານແຂ່ງຂັນເຕະບານກະຊັບມິດລະຫວ່າງ ບໍລິສັດອາລິອັນສ໌ ປະກັນໄພລາວ ແລະ ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ (ປລປ) ປະເພດບານເຕະຍິງ ແລະ ບານເຕະຊາຍ

ໃນວັນທີ 19/01/2024 ທີ່ຜ່ານມານີ້ ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈຳກັດ ໄດ້ຈັດກິດຈະກຳການແຂ່ງຂັນເຕະບານກະຊັບມິດ ເຊິ່ງແບ່ງອອກເປັນ ປະເພດບານເຕະຍິງ ແລະ ບານເຕະຊາຍ ລະຫວ່າງ ບໍລິສັດອາລິອັນສ໌ ປະກັນໄພລາວ ແລະ ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ (ປລປ).

ຜົນການແຂ່ງຂັນປະເພດບານເຕະຍິງລະຫວ່າງ ພະນັກງານອາລິອັນສ໌ ປະກັນໄພລາວ (ສີແດງ) ແລະ ພະນັກງານ ປລປ (ສີຟ້າ) ແມ່ນທີມພະນັກງານອາລິອັນສ໌ ປະກັນໄພລາວຊະນະໄປດ້ວຍຄະແນນ 2-1; ແລະ ຕໍ່ດ້ວຍຜົນການແຂ່ງຂັນປະເພດບານເຕະຊາຍ ລະຫວ່າງ ພະນັກງານອາລິອັນສ໌ ປະກັນໄພລາວ (ສີຟ້າ) ແລະ ພະນັກງານ ປລປ (ສີຂາວ) ແມ່ນທີມພະນັກງານອາລິອັນສ໌ ປະກັນໄພລາວຊະນະໄປດ້ວຍຄະແນນ 6-1.

ພວກເຮົາເຊື່ອວ່າກິດຈະກຳໃນຄັ້ງນີ້ມີຄວາມສຳຄັນ ເນື່ອງຈາກສາມາດຊ່ວຍສົ່ງເສີມກິດຈະກຳດ້ານສຸຂະພາບແລ້ວ ຍັງຊ່ວຍເພີ່ມຄວາມແຂງແຮງທາງດ້ານຮ່າງກາຍ ແລະ ຈິດໃຈ. ນອກນັ້ນ ການແຂ່ງຂັນເຕະບານໃນຄັ້ງນີ້ຍັງສ້າງຄວາມສານສຳພັນກະຊັບມິດລະຫວ່າງ ບໍລິສັດອາລິອັນສ໌ ປະກັນໄພລາວ ແລະ ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ (ປລປ) ໃຫ້ເນັ້ນແຟ້ນຍິ່ງຂຶ້ນອີກດ້ວຍ.

ຂໍຊົມເຊີຍກັບບັນດານັກກິລາທຸກທ່ານ. ຮ່ວມກັນ, ພວກເຮົາເຮັດວຽກເປັນທີມ, ມີນ້ຳໃຈນັກກິລາ ແລະ ມິດຕະພາບໃນການແຂ່ງຂັນ.

1
1
1
1
1
1
1
1