1

ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈຳກັດ ຈັດງານສະເຫລີມສະຫລອງປີໃໝ່ລາວ 2024

ບຸນປີໃໝ່ລາວແມ່ນງານບຸນຮີດຄອງປະເພນີ ທີ່ມີການສະເຫຼີມສະຫຼອງຍິ່ງໃຫຍ່ທີ່ສຸດຂອງຊາວລາວທົ່ວປະເທດ. ໂດຍຕາມຮີດຄອງປະເພນີແລ້ວ, ບໍ່ແມ່ນສະເພາະແຕ່ເປັນຊ່ວງເວລາສຳລັບການຊໍາລະລ້າງສິ່ງທີ່ບໍ່ດີອອກໄປ ແລະ ຮັບເອົາແຕ່ສິ່ງທີ່ດີໆເຂົ້າມາເທົ່ານັ້ນ ແຕ່ຍັງເປັນໂອກາດສຳລັບທຸກໆຄົນທີ່ຈະໄດ້ມ່ວນຊື່ນ ແລະ ຈັດງານກິນລ້ຽງສ້າງສັນ ເຊັ່ນດຽວກັນກັບ ບໍລິສັດອາລິອັນສ໌ປະກັນໄພລາວ ທີ່ໄດ້ຈັດງານລ້ຽງສະເຫລີມສະຫລອງບຸນປີໃໝ່ລາວໃຫ້ພະນັກງານໃນວັນທີ່ 08/04/2024 ທີ່ຜ່ານມານີ້. ເຊິ່ງໃນຊ່ວງເຊົ້າແມ່ນທາງບໍລິສັດ ອາລິອັນສ໌ ປະກັນໄພລາວໄດ້ສະເຫລີມສະຫລອງແບບປະເພນີລາວໂດຍການເຮັດພິທີບາສີສູ່ຂວັນເຊິ່ງເປັນພິທີທີ່ສຳຄັນໃນຊ່ວງເທດສະການປີໃໝ່ຖືວ່າເປັນການນຳເອົາໂຊກລາບ ນຳເອົາສິ່ງທີ່ດີເຂົ້າມາໃນຊີວິດ ແລະ ໃນຊ່ວງບ່າຍແມ່ນໄດ້ມີການຫລິ້ນກິດຈະກຳສະເຫລີມສະຫລອງປີໃໝ່່ຮ່ວມກັນຢ່າງມ່ວນຊື່ນ; ນຳພາໂດຍ ທ່ານ ກີ້ ອາໂປວີ້ ຜູ້ອຳນວຍການ ບໍລິສັດ ອາລິອັນສ໌ ປະກັນໄພລາວ ແລະ ທ່ານນາງ ປອ. ແສງອາລຸນ ອິນມີໄຊ ຮອງອຳນວຍການ ບໍລິສັດ ອາລິອັນສ໌ ປະກັນໄພລາວ.

ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈຳກັດ ພ້ອມດ້ວຍ ຄະນະບໍລິຫານ ແລ ພະນັກງານ ຂໍອວຍພອນໄຊໃຫ້ທຸກທ່ານຈົ່ງມີແຕ່ຄວາມສຸກ, ເບີກບານມ່ວນຊື່ນ, ຢູ່ຊຸ່ມກິນເຢັນ ໂຊກດີໃນຕະຫລອດປີໃໝ່ນີ້.

1
1
1
1