1

ມອບໃບຍ້ອງຍໍໃຫ້ພະນັກງານ ອາລິອັນສ໌ ປະກັນໄພລາວ ທີ່ມີຜົນງານດີເດັ່ນ ປະຈໍາປີ 2022

ໃນວັນພະຫັດ ທີ 29 ກຸມພາ 2024 ທີ່ຜ່ານມານີ້, ກະຊວງການເງິນ ໄດ້ມອບໃບຍ້ອງຍໍຜົນງານໃຫ້ແກ່ພະນັກງານ ບໍລິສັດ ອາລິອັນສ໌ ປະກັນໄພລາວ ທີ່ມີຜົນງານໃນການປະຕິບັດວຽກງານ ປະຈຳປີ 2022. ເຊິ່ງໃນການມອບໃບຍ້ອງຍໍປະເພດທີ່ I ແມ່ນມອບໂດຍ ທ່ານ ກີ້ ອາໂປວີ້, ຜູ້ອຳນວຍການບໍລິສັດ ອາລິອັນສ໌ ປະກັນໄພລາວ ແລະ ການມອບໃບຍ້ອງຍໍປະເພດທີ່ II & III ແມ່ນມອບໂດຍ ທ່ານນາງ ປອ. ແສງອາລຸນ ອິນມີໄຊ, ຮອງອໍານວຍການບໍລິສັດ ອາລິອັນສ໌ ປະກັນໄພລາວ. ແລະ ການຍ້ອງຍໍດັ່ງກ່າວແມ່ນຈັດເປັນ 3 ປະເພດຄື: 

 

• ຜູ້ທີ່ມີຜົນງານດີຫລາຍ ປະເພດ I ຈຳນວນ 83 ທ່ານ, ຍິງ 44 ທ່ານ

• ຜູ້ທີ່ມີຜົນງານດີ ປະເພດ II ຈຳນວນ 17 ທ່ານ, ຍິງ 2 ທ່ານ

• ຜູ້ທີ່ມີຜົນງານດີ ປະເພດ III ຈຳນວນ 4 ທ່ານ, ຍິງ 3 ທ່ານ

 

ໃນການມອບໃບຍ້ອງຍໍໃນຄັ້ງນີ້ ສ່ອງແສງໃຫ້ເຫັນວ່າພະນັກງານ ອາລິອັນສ໌ ປະກັນໄພລາວ ມີຄວາມເອົາໃຈໃສ່ ແລະ ຕັ້ງໃຈປະຕິບັດຕໍ່ວຽກງານທີ່ໄດ້ຖືກມອບໝາຍ ທັງນີ້, ກໍເພື່ອເປັນການກະຕຸກຊຸກຍູ້ ແລະ ເພື່ອເປັນຂວັນກຳລັງໃຈໜຶ່ງ ໃຫ້ແກ່ພະນັກງານທຸກຄົນທີ່ມີຜົນງານ ກໍຄືຜົນສຳເລັດດ້ານຕ່າງໆໃນການຈັດຕັ້ງປະຕິບັດວຽກງານໃນປີ 2022 ຜ່ານມາ ພ້ອມທັງສືບຕໍ່ປະຕິບັດໜ້າທີ່ຕາມການມອບໝາຍໃຫ້ບັນລຸໄດ້ຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

1
1