Allianz Empowers Traffic Police with e-Policy Training

ຈັດຝືກອົບຮົມປະຊຸມເຜີຍແຜ່ໃຫ້ຄວາມຮູ້ ຄວາມເຂົ້າໃຈໃຫ້ແກ່ຕຳຫລວດຈະລາຈອນ ກ່ຽວກັບສັນຍາປະກັນໄພລົດແບບ ອີເລັກໂທຣນິກ (e-Policy) ຂອງບໍລິສັດ ອາລິອັນສ໌ ປະກັນໄພລາວ ຈຳກັດ 

ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈຳກັດ ລາວ ຈັດຝືກອົບຮົມປະຊຸມເຜີຍແຜ່ໃຫ້ຄວາມຮູ້ ຄວາມເຂົ້າໃຈໃຫ້ແກ່ຕຳຫລວດຈະລາຈອນໃນ 3 ເມືອງຄື: ເມືອງສີສັດຕະນາກ, ເມືອງໄຊເສດຖາ, ເມືອງນາຊາຍທອງ ກ່ຽວກັບສັນຍາປະກັນໄພລົດແບບ ອີເລັກໂທຣນິກ (e-Policy) ທີ່ໄດ້ຖືກພັດທະນາຂຶ້ນມາໂດຍບໍລິສັດ ອາລິອັນສ໌ ປະກັນໄພລາວ ໂດຍມີຈຸດປະສົງເພື່ອອໍານວຍຄວາມສະດວກໃຫ້ແກ່ລູກຄ້າປະກັນໄພບໍ່ຕ້ອງຖືເອກະສານ (ພ້ອມຢືນຢັນຂໍ້ມູນການຄຸ້ມກັນ) ເພື່ອຢັ້ງຢືນກັບທາງເຈົ້າໜ້າທີ່ຕຳຫລວດເມື່ອຕ້ອງການກວດເອກະສານປະກັນໄພລົດ ເຊິ່ງລູກຄ້າສາມາດດາວໂຫລດເອົາສັນຍາປະກັນໄພຂອງຕົນເອງໄດ້ທຸກທີ່ທຸກເວລາ.

ພ້ອມດຽວກັນນີ້ ບໍລິສັດ ອາລິອັນສ໌ ປະກັນໄພລາວໄດ້ເອົາໃຈໃສ່ພັດທະນາເຄື່ອງມືທາງດ້ານດິຈິຕອນອີກຫຼາຍຢ່າງເພື່ອໃຫ້ບໍລິການລູກຄ້າ ຕອບສະໜອງຄວາມສະດວກສະບາຍເພື່ອໃຫ້ທັນຍຸກທັນສະໄໝບໍ່ວ່າຈະເປັນການຕໍ່ສັນຍາອນລາຍຜ່ານແອັບ ຫລື ຈ່າຍເງິນອອນລາຍຜ່ານແອັບ.

ສຳລັບການຈັດຝືກອົບຮົມປະຊຸມເຜີຍແຜ່ໃຫ້ຄວາມຮູ້ ຄວາມເຂົ້າໃຈໃຫ້ແກ່ຕຳຫລວດຈະລາຈອນ, ທາງບໍລິສັດ ອາລິອັນສ໌ ປະກັນໄພລາວ ກໍຍັງມີແຜນຈະສືບຕໍ່ຂະຫຍາຍໄປໃຫ້ທົ່ວເຖິງທຸກເມືອງໃນຕົວເມືອງນະຄອນຫລວງວຽງຈັນຕາມລໍາດັບ.