ປະຊຸມຜູ້ນຳຕົວແທນ ປະຈຳປີ 2023

ດັ່ງເຊັ່ນປະຈຳທຸກປີ ບໍລິສັດອາລິອັນສ໌ ປະກັນໄພລາວ ຈຳກັດ ໄດ້ມີການປະຊຸມຜູ້ນຳຕົວແທນ Allianz Insurance Laos Agent Leaders Club 2023 ເພື່ອຖອດຖອນ-ສະຫລຸບວຽກງານປະຈຳປີ 2022 ແລະ ເລັງໃສ່ເປົ້າໝາຍຕໍ່ໄປໃນປີ 2023.

ເຊິ່ງໃນປີນີ້ ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນວັນທີ 26 ມັງກອນ 2023 ທີ່ສຳນັກງານໃຫຍ່ອາລິອັນສ໌ ປະກັນໄພລາວ, ໂດຍມີສະມາຊິກຜູ້ນຳຕົວແທນຂາຍປະກັນໄພເຂົ້າຮ່ວມຈຳນວນ 13 ທ່ານ ແລະ ບັນດາຫົວໜ້າ/ຄະນະທີມບໍລິຫານຂອງອາລິອັນສ໌ ກໍໄດ້ເຂົ້າຮ່ວມເຊັ່ນດຽວກັນ.

ການປະຊຸມໃນຄັ້ງນີ້ແມ່ນດຳເນີນການໝົດມື້ ໂດຍມີການປຶກສາຫາລືການພັດທະນາ, ການປັບປຸງທຸລະກິດ, ການດຳເນີນວຽກງານຕ່າງໆ ແລະ ທີ່ສຳຄັນ ທ່ານ ກີ້ ອາໂປວີ້ ຜູ້ອຳນວຍການ ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈຳກັດ ຍັງໄດ້ກ່າວຈຸດປະສົງສຳຄັນຫລາຍຢ່າງກັບບັນດາຜູ້ນຳຕົວແທນອີກດ້ວຍ:

“ສະບາຍດີປີໃໝ່ແກ່ບັນດາຜູ້ນຳຕົວແທນທຸກທ່ານ. ປີ 2022 ທີ່ຜ່ານມາຖືວ່າເປັນປີທີ່ມີຄວາມທ້າທາຍຫລາຍສຳລັບພວກເຮົາ ບໍ່ວ່າຈະເປັນປັນຫາເລື່ອງອັດຕາເງິນເຟີ້ ຫລື ປັນຫາເສດຖະກິດ, ແຕ່ວ່າພວກເຮົາກໍຍັງຜ່ານພົ້ນມັນມານຳກັນໄດ້ ເຊິ່ງໃນຊ່ວງໄລຍະຫລັງມານີ້ເລີ່ມມີຂ່າວດີແມ່ນຄ່າເງິນກີບມີທ່າທີເລີ່ມຄົງທີ່ກວ່າເກົ່າ ແຕ່ເມື່ອທຽບໃສ່ເສດຖະກິດຍັງຖືວ່າພວກເຮົາຍັງຕ້ອງໄດ້ເຮັດໃຫ້ດີຂຶ້ນກວ່າເກົ່າ. ຫວັງວ່າປີ 2023ນີ້ ທຸກຝ່າຍຈະຊ່ວຍກັນເຮັດຍອດຂາຍໄດ້ຕາມເປົ້າໝາຍທີ່ຄາດໄວ້ ເມື່ອອີງໃສ່ປະຈຸບັນ ບໍລິສັດ ອາລິອັນສ໌ ກໍເລີ່ມຫັນປ່ຽນມາເປັນແບບດິຈິຕອລຫລາຍຂຶ້ນ ຫວັງວ່າຈຸດນີ້ຈະເປັນຕົວຊ່ວຍໃຫ້ບັນດາພະນັກງານຂາຍ, ຜູ້ນຳຕົວແທນ ຫລື ລູກຄ້າເອງໄດ້ຮັບຄວາມສະດວກສະບາຍເພີ່ມຂຶ້ນໃນການຊື້/ຕໍ່ປະກັນໄພ.

ນອກນັ້ນ ປະຈຸບັນຫລັງຈາກການທ່ອງທ່ຽວເລີ່ມຫັນມາຄຶກຄື້ນເຊິ່ງມີການເປີດປະເທດທີ່ສາມາດເຂົ້າ-ອອກ ທ່ຽວປະເທດໄດ້ຫລາຍຊ່ອງທາງບໍ່ວ່າຈະເປັນນັກທ່ອງທ່ຽວເຂົ້າມາໃນປະເທດລາວ ຫລື ພາຍໃນເດີນທາງອອກໄປທ່ຽວຕ່າງປະເທດ, ຫວັງວ່າຈຸດນີ້ກໍເປັນອີກຈຸດໜຶ່ງທີ່ສຳຄັນ ແລະ ຈະມີບົດບາດໃຫ້ແກ່ບໍລິສັດເພື່ອໃຫ້ທາງຜູ້ນຳຕົວແທນປະສົບຜົນສຳເລັດໃນປີ 2023 ນີ້.”