1

ງານຕົວແທນຮັບຟັງຜົນໄດ້ຮັບປີ 2023 ພ້ອມຮ່ວມຊົມເຊີຍສະຫລອງລາງວັນຂໍ້ແຂ່ງຂັນທີ່ປະຕິບັດໄດ້

ໃນວັນສຸກທີ 16 ກຸມພາ 2024 ທີ່ຜ່ານມານີ້, ທາງບໍລິສັດອາລິອັນສ໌ ປະກັນໄພລາວ ຈໍາກັດ ໄດ້ມີການຈັດງານຕົວແທນຮັບຟັງຜົນໄດ້ຮັບປີ 2023 ພ້ອມຮ່ວມຊົມເຊີຍສະຫລອງລາງວັນຂໍ້ແຂ່ງຂັນທີ່ປະຕິບັດໄດ້. ເຊິ່ງໃນງານນີ້ ຜູ້ອຳນວຍການ ບໍລິສັດ ອາລິອັນສ໌ ປະກັນໄພລາວ ທ່ານ ກີ້ ອາໂປວີ້  ແລະ ຮອງອຳນວຍການ ບໍລິສັດ ອາລິອັນສ໌ ປະກັນໄພລາວ ທ່ານນາງ ປອ. ແສງອາລຸນ ອິນມີໄຊ  ກໍໄດ້ໃຫ້ກຽດເຂົ້າຮ່ວມງາານ ແລະ ຍ້ອງຍໍຊົມເຊີຍບັນດາຕົວແທນທີ່ປະຕິບັດທຳຕົວເລກການຂາຍໄດ້ຢ່າງໜ້າປະທັບໃຈ, ເຊິ່ງການປະກາດຜົນດັ່ງກ່າວແມ່ນໄດ້ກຽດດຳເນີນໂດຍ ຫົວໜ້າພະແນກການຄ້າ ແລະ ການຕະຫລາດ ທ່ານ ໄພຍະເອກ ທຳມະນາມ. ຫລັງຈາກຈົບການປະກາດຜົນປະຈຳປີ 2023 ກໍໄດ້ມີການສັງສັນ ແລະ ໂອ້ລົມໃນບັນຄະນະບໍລິຫານ ອາລິອັນສ໌ ແລະ ບັນດາຜູ້ນໍາຕົວແທນເພື່ອແລກປ່ຽນບົດຮຽນ ເພື່ອຍົກລະດັບມາດຕະຖານຄວາມເປັນເລີດໃນຕະຫລາດປະກັນໄພ ແລະ ບັນລຸເປົ້າໝາຍໃໝ່ຮ່ວມກັນໃນປີ 2024 ນີ້
1
1
1
1
1
1