ຈັດຝືກອົບຮົມການນໍາໃຊ້ເຄື່ອງມືໃນການກວດຂໍ້ມູນສັນຍາປະກັນໄພລົດຜ່ານລະບົບອອນລາຍໃຫ້ແກ່ຕຳຫລວດຈະລາຈອນ

ໃນວັນທີ 29/12/2021 ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈຳກັດ ລາວ ຈັດຝືກອົບຮົມການນໍາໃຊ້ເຄື່ອງມືໃນການກວດຂໍ້ມູນສັນຍາປະກັນໄພລົດຜ່ານລະບົບອອນລາຍ ທີ່ໄດ້ຖືກພັດທະນາຂື້ນມາໂດຍບໍລິສັດ ອາລິອັນສ໌ ປະກັນໄພລາວ ໂດຍມີຈຸດປະສົງເພື່ອອໍານວຍຄວາມສະດວກໃຫ້ແກ່ລູກຄ້າປະກັນໄພທີ່ບໍ່ຕ້ອງການຖືເອກະສານປະກັນໄພ ພ້ອມທັງອໍານວຍຄວາມສະດວກໃຫ້ແກ່ຕຳຫລວດຈະລາຈອນໃນການກວດຂໍ້ມູນສັນຍາປະກັນໄພ ໂດຍພຽງແຕ່ກົດເລກທີ່ສັນຍາປະກັນໄພ ຫຼື ສະແກນລະຫັດ QR ຈາກຜູ້ຖືສັນຍາປະກັນໄພກໍ່ສາມາດຮູ້ໄດ້ວ່າສັນຍາປະກັນໄພນັ້ນໄດ້ຮັບການຄຸ້ມຄອງຈາກບໍລິສັດ.

ເຄື່ອງມືດັ່ງກ່າວນີ້ຖືກພັດທະນາຂື້ນມາເພື່ອຮອງຮັບເອົາໂຄງການການຊື້ສັນຍາປະກັນໄພແບບອີເລັກໂຕຣນີກ ທີ່ຈະສາມາດສ້າງຄວາມສະດວກສະບາຍໃຫ້ແກ່ລູກຄ້າໃຫ້ສາມາດຮັບການຄຸ້ມຄອງປະກັນໄພໂດຍຈໍາເປັນຕ້ອງມີເຈ້ຍສັນຍາປະກັນໄພ, ລູກຄ້າສາມາດດາວໂຫລດເອົາສັນຍາປະກັນໄພຂອງຕົນເອງໄດ້ທຸກທີ່ທຸກເວລາ, ພ້ອມດຽວກັນນີ້ ບໍລິສັດ ອາລິອັນສ໌ ປະກັນໄພລາວໄດ້ເອົາໃຈໃສ່ພັດທະນາເຄື່ອງມືທາງດ້ານດິຈິຕອນອີກຫຼາຍຢ່າງເພື່ອໃຫ້ບໍລິການລູກຄ້າ ຕອບສະໜອງຄວາມສະດວກສະບາຍເພື່ອໃຫ້ທັນຍຸກທັນສະໄໝໃນອານາຄົດ.

ການຝຶກອົບຮົມໃນຄັ້ງນີ້ແມ່ນຈັດຂື້ນໃຫ້ກັບຕໍາຫຼວດຈະລາຈອນນະຄອນຫຼວງວຽງຈັນໃນ 9 ຕົວເມືອງ ຈໍານວນ 13 ທ່ານ ເພື່ອເປັນຕົວແທນໄປເຜີຍແຜ່ໃຫ້ແກ່ເມືອງຂອງຕົນເອງ ແລະ ໃນອານາຄົດແມ່ນມີແຜນຈະສືບຕໍ່ຝຶກອົບຮົມໃຫ້ກັບຕໍາຫຼວດຈາລະຈອນໃນຕ່າງແຂວງຕາມລໍາດັບ. ເຊີ່ງການຝຶກອົບຮົມນີ້ແມ່ນນໍາພາໂດຍ ທ່ານ ນາງ ວານິດາ ສະຫວັດດີ ຮອງອໍານວຍການ ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈໍາກັດ ພ້ອມດ້ວຍພະນັກງານການນໍາ ແລະ ວິຊາການທີ່ກ່ຽວຂ້ອງ ພາຍໃຕ້ມາດຕະການໃນການຮັກສາໄລຍະຫ່າງ, ຈຳກັດຈຳນວນຄົນທີ່ເຂົ້າຮ່ວມ ແລະ ເພື່ອໃຫ້ສອດຄ່ອງກັບມາດຕະການສະກັດກັ້ນການແຜ່ລະບາດຂອງພະຍາດ Covid-19.

#AllianzInsuranceLaos #Confidenceintomorrow