ອຸປະຖຳລໍ້ເລື່ອນມູນຄ່າ 11 ລ້ານກີບ

ໃນຕອນເຊົ້າຂອງວັນທີ 14/09/2022, ບໍລິສັດ ອາລິອັນສ໌ ປະກັນໄພລາວ ໄດ້ອຸປະຖໍາລໍ້ເລື່ອນຈໍານວນ 5 ໜ່ວຍ ລວມເປັນຈໍານວນເງິນ 11,000,000 ກີບ ໃຫ້ແກ່ສະມາຄົມ ຄົນພິການ ແຫ່ງຊາດລາວ ເພື່ອນຳໄປໃຊ້ໃນການອຳນວຍຄວາມສະດວກສຳລັບຄົນພິການ. ການມອບ-ຮັບເຄື່ອງດັ່ງກ່າວແມ່ນ ຮັບໂດຍຫົວໜ້າສະມາຄົມຄົນພິການ ທ່ານ ທອງຈັນ ດວງມະລາໄລ ແລະ ນຳພາມອບໃຫ້ໂດຍ ທ່ານນາງ ວານິດາ ສະຫວັດດີ ຮອງອຳນວຍການບໍລິສັດ ອາລິອັນສ໌ ປະກັນໄພລາວ.

ອາລິອັນສ໌ ມຸ້ງໝັ້ນທີ່ຈະສະໜັບສະໜູນຊ່ວຍເຫລືອສັງຄົມຢ່າງຕໍ່ເນື່ອງ ເພື່ອໃຫ້ບັນລຸຈຸດປະສົງໃນການສ້າງອະນາຄົດໃຫ້ດີຂຶ້ນກວ່າເກົ່າ ແລະ ເພື່ອໃຫ້ຕົງເປົ້າໝາຍທີ່ ອາລິອັນສ໌ ໄດ້ເປັນຜູ້ສະໜັບສະໜູນຫລັກໃນກິລາໂອລິມປິກ-ພາລາລິມປິກຢ່າງເປັນທາງການ ຕັ້ງແຕ່ປີ 2021 – 2028 ອີກດ້ວຍ.